logo
Lao (ພາສາລາວ)English (United Kingdom)

Sunday 20th of May 2012

Announcement

Job Announcement!!

Improving the Resilience of the Agricultural Sector in Lao PDR to Climate Change Impacts (IRAS) - NAPA Follow-Up Project is seeking for long-term contract staff in several positions (More detail)

NAFRI Knowledge Bases

Featured Links:
Lao Uplands Sourcebook is a compendium of 72 lessons learned, technologies, methods and best practices for uplands development. Click here to see.
Lao Non-Timber Forest Products Wiki This wiki has been created to allow all NTFP lovers (and those just learning about NTFPs) an opportunity to learn more and contribute to the growing body of knowledge about NTFPs in Lao. Click here to visit
Its overall objective is to share information related to plant genetic resources and, in particular, to the implementation of the Global Plan of Action (GPA) on Plant Genetic Resources for Food and Agriculture (PGRFA) in Lao PDR. Click here to visit
Conservation Agriculture is an agroecological approach associating rural development with environmental preservation. It is a generic concept integrating the whole agricultural practices and aiming both at viability and sustainability of agriculture and environment protection. Click here to visit

Statistics

Content View Hits : 1254588

Polls

What do you think of the new NAFRI website
 

ເທັກນິກກະສິກຳ

There are no translations available.

ບັນດາເທັກນິກກະສິກຳແລະປ່າໄມ້ ທີ່ຄວນຮູ້ເພື່ອເປັນການປັບປຸງ ຜົນຜະລິດກະສິົກຳ ປ່າໄມ້ແລະການລ້ຽງສັດໃຫ້ຖືກຕ້ອງ ຕາມເຕັກນິກແລະຮູບແບບ. ເປັນເທັກນິກທີບໍ່ຍຸ້ງຍາກແລະສັບສົນ ເຮັດໄດ້ງ່າຍ ໂດຍບໍ່ຕ້ອງຜ່ານການຝືກອົບຮົມ ປະຊາຊົນ ຊາວກະສິກອນສາມາດນຳໄປໃຊ້ໄດ້ ໃນຮົ່ວສວນ ແປງການຜະລິດເພື່ອເພີ່ມຜົນຜະລິດ ແລະລົດຄ່າໃຊ້ຈ່າຍຕ່າງ ຂໍ້ມູນເພີ່ມເຕີມຕິດຕໍ່ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້

technic


Home
National Agriculture and Forestry Research Institute
ການຮ່ວມມືລາວ-ໄທ ໃນການປັບປຸງພັນເຂົ້າ PDF Print E-mail
Latest
Thursday, 17 May 2012 10:10
There are no translations available.

    ສູນພັນວິສະວະກຳ ແລະ ເຕັກໂນໂລຊີຊີວະພາບແຫ່ງຊາດ (BIOTECH) ຮ່ວມກັບມູນນິທິຣັອກກີເຟນເລີ (Rockefeller Foundation), Generation Challenge Program (GCP), ມະຫາວິທະຍາໄລກະເສດສາດ, ມະຫາວິທະຍາໄລເຕັກໂນໂລຊີຣາສະມົງຄຸນລ້ານນາລຳປາງ, ມະຫາວິທະຍາໄລອຸບົນຣາສະທານີ ແລະ ກົມການເຂົ້າ ໄດ້ທ່າຍທອດຄວາມຮູ້ ແລະ ການໃຊ້ເຕັກໂນໂລຊີເຄື່ອງໝາຍໂມເລກຸນ ໃນການຄັດເລືອກ ແລະ ປັບປຸງພັນເຂົ້າ (Marker Assisted Selection) ໃຫ້ແກ່ໜ່ວຍງານຫລັກໃນການພັດທະນາພັນເຂົ້າ ຂອງປະເທດໃນເຂດລຸ່ມແມ່ນ້ຳຂອງ ເຊິ່ງປະກອບດ້ວຍ ກົມການເຂົ້າ (ປະເທດໄທ), NAFRI (ສປປ ລາວ), DAR (ມຽນມາ) ແລະ CARDI (ກຳປູເຈຍ).
ຜ່ານການຈັດຕັ້ງປະຕິບັດໂດຍການຈັດຝຶກອົບຮົມແບບ hand-on training ໄລຍະຍາວ ແລະ ການສະໜັບສະໜູນທືນການສຶກສາໃນລະດັບປະລິນຍາໂທ/ເອກ ເພື່ອພັດທະນາບຸກຄະລາກອນດ້ານການປັບປຸງພັນພ້ອມທັງສະໜັບສະໜູນໂຄງສ້າງພື້ນຖານໃນການທົດສອບລັກສະນະທີ່ສຳຄັນທາງເຂດຕະກຳ. ແຕ່ລະປະເທດຈະເລືອກປັບປຸງພັນເຂົ້າທີ່ໄດ້ຮັບຄວາມນິຍົມຂອງປະເທດຕົນເອງໂດຍເສີມຈຸດດີ ແລະ ແກ້ໄຂຈຸດອ່ອນຂອງພັນໃຫ້ມີຄຸນລັກສະນະທີ່ດີທັງທາງດ້ານກະເສດ ແລະ ການຕະຫລາດໄປພ້ອມກັນ.

Read more...
 
ກອງປະຊຸມ ປິດໂຄງການ ທາງດ້ານການແລກປ່ຽນຂໍ້ມູນຂ່າວສານພັນທຸກຳພືດ PDF Print E-mail
Latest
Thursday, 10 May 2012 11:30
There are no translations available.

ເພື່ອເປັນການຈັດຕັ້ງປະຕິບັດຕາມຂໍ້ຕົກລົງຂອງທາງ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ ແລະອົງການອາຫານແລະການກະເສດ ໂດຍການສະໜັບສະໜູນທຶນຈາກທາງລັດຖະບານຍີ່ປຸ່ນ ໃນການຈັດຕັ້ງປະຕິບັດວຽກງານການແລກປ່ຽນຂໍ້ມູນຂ່າວສານ ທາງດ້ານພັນທຸກຳພືດໃນລາວ ເພື່ອແນ່ໃສ່ການຄໍ້າປະກັນທາງດ້ານສະບຽງອາຫານແລະການອະນຸລັກຊັບພະຍາກອນພັນພືດ ພ້ອມກັນນີ້ກໍແມ່ນເພື່ອເປັນການຮັກສາແນວພັນ ທີເປັນອາຫານແລະສາມາດຕິດຕາມການນຳໃຊ້ ການຂະຫຍາຍເຊືອພັນທີມີຄຸນຄ່າທາງອາຫານ ແລະປະຫວັດຂອງສາຍພັນຕ່າງໆ. ສະນັ້ນໃນວັນທີ 09/05/12 ທີສະຖາບັນຄົ້ນຄວ້າໄດ້ມີ ກອງປະຊຸມປິດໂຄງການດັ່ງກ່າວນີ້ຂຶ້ນ ແລະເປັນການສະຫລຸບຕີລາຄາການຈັດຕັ້ງປະຕິບັດວຽກງານທີຜ່ານມາ ໂດຍການເປັນປະທານຂອງ ທ່ານ ຮສ. ດຣ. ລິນຄຳ ດວງສະຫວັນ ຮອງຫົວໜ້າ ສະຖາບນັຄົ້ນຄວ້າກະສິກຳລແະປ່າໄມ້ແຫ່ງຊາດ ແລະພະນັກງານຜູ້ຈັດຕັ້ງ ຄະນະສູນອ້ອມຂ້າງແລະມີສ່ວນຮ່ວມໃນການຈັດຕັ້ງໂຄງການກວ່າສາມປີຜາ່ນແລະໃນນີ້ ກອງປະຊຸມໃນເຫັນຄວາມສຳຄັນຂອງວຽກງານຂໍ້ມູນທາງດ້ານ ກຳມະພັນພືດທີມີແລະຄວນສືບຕໍ່ເພື່ອເປັນບ່ອນເກັບກຳຂໍ້ມູນດັ່ງກ່າວໄວ້.

Last Updated on Thursday, 10 May 2012 12:51
 
ການມອບຮັບເມັດພັນເຂົ້າໃຫ້ຊາວນາແຂວງ ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ ທີ່ຖືກຜົນກະທົບຈາກພະຍຸນົກເຕັນປີ2012 PDF Print E-mail
Latest
Thursday, 10 May 2012 13:57
There are no translations available.

   ການກະກຽມໃສ່ລະດູການຜະລິດນາປີ 2012 ນີ້ ແຜນງານຄົ້ນຄ້ວາເຂົ້າແຫ່ງຊາດ ໂດຍສະເພາະແມ່ນໂຄງການປັບປຸງປະສິດທິພາບການຜະລິດເຂົ້າ ໄດ້ຮ່ວມກັບຜູ້ປະສານງານແຂວງ ແລະ ເມືອງ ຮີບຮ້ອນລົງກວດກາຄຸນນະພາບເມັດພັນ ໃນລະດັບກຸ່ມຊາວນາ, ກວດ ກາການຄັດເມັດພັນໃນສູນຖະຖານີ ພ້ອມນໍາສົ່ງເມັດພັນເຂົ້າລົງໃຫ້ກຸ່ມຊາວນາທັງໃນ ແລະ ນອກກຸ່ມການຜະລິດຂອງໂຄງການ ທີ່ຖືກຜົນກກະທົບຈາກໄພນໍ້າຖ້ວມ (ພະຍຸນົກເຕັນ 2011) ຊື່ງເປັນການປະຕິບັດຕາມການຕົກລົງກັນລະຫວ່າງ ສະຖາບັບຄົ້ນຄ້ວາກະສິກໍາ ແລະ ປ່າໄມ້ ກັບອົງການທະນາຄານໂລກ ໃນການໃຊ້ເງີນສ່ວນໜື່ງຂອງໂຄງການຊື້ເມັດພັນເຂົ້າແຈກຢາຍໃຫ້ຊາວນາຈໍານວນ 240 ໂຕນ, ຄິດເປັນມູນຄ່າ 1.152ຕື້ກີບ. ເມັດພັນດັ່ງກ່າວແມ່ນມອບໃຫ້  ຊາວນາຈໍານວນ 4,000 ຄອບຄົວ ທີ່ນອນໃນ 40 ບ້ານ, 11 ຕົວເມືອງຂອງ 3 ແຂວງ (ຄໍາມ່ວນ, ສະຫສັນນະເຂດ ແລະ ຈໍາປາສັກ).

Last Updated on Thursday, 10 May 2012 14:11
Read more...
 
ການປູກຕົ້ນໄມ້ ແລະ ຍ່າງເພື່ອສຸຂະພາບ ສະເຫຼີມສະຫຼອງ ວັນສ້າງຕັ້ງ ສຄກປ ແຫ່ງຊາດ ຄົບຮອບ 13 ປີ PDF Print E-mail
Latest
Thursday, 10 May 2012 13:12
There are no translations available.

   ໃນວັນທີ 20 ເມສາ 2012 ທີ່ຜ່ານມາ, ທີ່ສໍານັກ ສະຖາບັນ ຄົ້ນຄວ້າ ກະສິດໍາ ແລະ ປ່າໄມ້ ແຫ່ງຊາດ (ສຄກປ ແຫ່ງຊາດ) ໄດ້ຈັດພິທີ ປູກຕົ້ນໄມ້ ແລະ ຍ່າງເພື່ອສຸຂະພາບຂຶ້ນ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງ ສຄກປ ແຫ່ງຊາດ ຄົບຮອບ 13 ປີ (19 ເມສາ 1999 – 19 ເມສາ 2012). ນໍາພາຂະບວນການ ໂດຍ: ທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າ ສະຖາບັນ ຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ. ມີພະນັກງານ ຈາກ ພະແນກການ, ສູນຄົ້ນຄວ້າຕ່າງໆ ພາຍໃນສໍານັກ ສຄກປ ແລະ ບັນດາສູນ ທີ່ຂຶ້ນກັບ ສຄກປ ແຫ່ງຊາດ ຈໍານວນນຶ່ງ ພ້ອມດວ້ຍຊ່ຽວຊານຕ່າງປະເທດ ທີ່ເຮັດວຽກກັບ ສຄກປ ແຫ່ງຊາດ ເຂົ້າຮ່ວມ.

Last Updated on Thursday, 10 May 2012 13:56
Read more...
 
ການໄປທັດສະນະສຶກສາ ກ່ຽວກັບການຜະລິດເມັດພັນ ແລະ ການປຸງແຕ່ງຜະລິດຕະພັນຈາກເຂົ້າ ຂອງໂຄງການ RPIP ທີ່ແຂວງສາກົນນະຄອນ, ປະເທດໄທ PDF Print E-mail
Latest
Thursday, 10 May 2012 10:44
There are no translations available.

ໃນລະຫວ່າງ ວັນທີ 26-29 ມິນາ 2012 ທີ່ຜ່ານມານີ້ ໂຄງການປັບປຸງປະສິດທິພາບການຜະລິດເຂົ້າ (RPIP) ໄດ້ຈັດທັດສະນາສຶກສາ ໃຫ້ແກ່ທິມງານຜູ້ປະສານງານໂຄງການຂັ້ນແຂວງ, ເມືອງ ແລະ ຕາງໜ້າຫົວໜ້າກຸ່ມຊາວນາທີ່ດີເດັ່ນ ຈໍານວນ 35 ທ່ານ (ຈາກແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ແລະ ຈໍາປາສັກ) ໄປທັດສະນາສືກສາຫາຄວາມຮູ້ເພີ້ມເຕີມດ້ານການສ້າງກຸ່ມ, ການຜະລິດເມັດພັນ ແລະ ການປູກພືດ-ລ້ຽງສັດຕ່າງໆ ທີ່ແຂວງສາກົນນະຄອນ, ລາດຊະອານາຈັກໄທ.  ການຈັດທັດສະນາສືກສາໃນຄັ້ງນີ້ ແມ່ນປະຕິບັດຕາມແຜນຂອງໂຄງການ ທີ່ມີຈຸດປະສົງ: 1). ນໍາພາຊາວນາ ແລະນັກວິຊາການ ຂອງໂຄງການໄປຖອດຖອນບົດຮຽນກ່ຽວກັບລະບົບການຜະ ລິດເມັດພັນເຂົ້າ ແລະການຈັດຕັ້ງກຸ່ມການຜະ ລິດເຂົ້າ. 2). ສ້າງແລະພັດທະນາພະນັກງານ ແລະ ຊາວນາໃຫ້ມີຄວາມຮູ້ດ້ານການຜະລິດເມັດພັນເຂົ້າ ແລະ ລະບົບການປູກພືດຕ່າງໆ ນອກຈາກເຂົ້າເຊັ່ນ: ສາລີ, ຖົ່ວດິນ.  ແນໃສ່ຍົກຜະລິດຕະພາບການຜະ ລິດເມັດພັນໃຫ້ສູງຂື້ນ ສາທາດຕອບສະໜອງໄດ້ແນວພັນເຂົ້າໄດ້ ໃນຍາມເກີດສຸກເສີນ (ນໍ້າຖ້ວມ, ແຫ້ງ ແລ້ງ, ສັດຕູພືດທໍາລາຍ), ທັງສ້າງລາຍໄດ້ໃຫ້ຄອບຄົວ, ກຸ່ມຊາວນາ ແລະ ທັງຮັບປະກັນດ້ານສະບຽງອາ ຫານໃນແຂວງເປົ້າໝາຍ.

Last Updated on Thursday, 10 May 2012 11:35
Read more...
 
ພັກ-ລັດ ຍາມໃດກໍ່ເອົາໃຈໃສ່ວຽກງານຄົ້ນຄ້ວາກະສິກຳ ແລະ ປ່າໄມ້. PDF Print E-mail
Latest
Wednesday, 04 April 2012 15:25
There are no translations available.

    ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ຕິດຕາມວຽກງານການຄົ້ນຄ້ວາທົດລອງ ຂອງຂະແໜງກະສິກຳ ແລະ ປ່າໄມ້ ຢູ່ສູນຄົ້ນຄ້ວາການລ້ຽງສັດ, ສູນຄົ້ນຄ້ວາປ່າໄມ້ ແລະ ສູນຄົ້ນຄ້ວາພືດຜັກ ແລະ ໄມ້ໃຫ້ໝາກ ໃນວັນທີ 29-30/03/2012. ຕ້ອນຮັບ ທ່ານ ລັດຖະມົນຕີ ແລະ ຄະນະ ໂດຍ ທ່ານ ດຣ. ບຸນຖອງ ບົວຫອມ ຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ ແຫ່ງຊາດ ພ້ອມດ້ວຍຫົວໜ້າແຕ່ລະສູນ ແລະ ພະນັກງານຫຼັກແຫຼ່ງ.
    ທ່ານ ລັດຖະມົນຕີວ່າການ ໄດ້ຊີ້ນຳບາງຕອນວ່າ: ໃຫ້ເອົາໃຈໃສ່ໃນການຂະຫຍາຍ ເຕັກນິກການປະສົມພັນທຽມງົວ ແລະ ການທ໋ອມງົວໃຫ້ອອກສູ່ຊາວກະສິກອນ. ພ້ອມກັນນັ້ນ ທ່ານ ລັດຖະມົນຕີ ເພິນຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ໃນການທົດລອງປູກ ແລະ ບົວລະບັດຮັກສາ ການປູກຫວາຍຊະນິດຕ່າງໆໃຫ້ໄດ້ຮັບຜົນເປັນຢ່າງດີ.
Last Updated on Thursday, 10 May 2012 15:21
 
ນຳໃຊ້ກົນຈັກເຂົ້າໃນການຜະລິດແນວພັນເຂົ້າເພື່ອບັນລຸເປົ້າໝາຍຂອງລັດຖະບານ PDF Print E-mail
Latest
Tuesday, 03 April 2012 10:36
There are no translations available.

ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດການຜະລິດເມັດພັນເຂົ້າ ໃຫ້ສາມາດບັນລຸໄດ້ຕາມເປົ້າໝາຍຂອງລັດຖະບານ ກໍຄືຂອງກະຊວງ ກະສິກໍາ ແລະ ປ່າໄມ້ ທີ່ແນໃສ່ການຫັນເປັນອຸສະຫະກໍາ ແລະ ທັນສະໃໝຂອງຂະແໜງກະສິກໍາ ພ້ອມກັນນີ້ກໍ່ເພື່ອເປັນການຍົກຜະລິດຕະພາບແຮງງານ ແລະ ການຜະລິດໃຫ້ມີປະສິດຕິພາບຂຶ້ນກວ່າເກົ່າ. ສະນັ້ນໃນວັນທີ 5 ມີນາ 2012 ສະຖາບັນ ຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ໃນນາມຜູ້ຊີ້ນໍາ ແລະ ຈັດຕັ້ງປະຕິບັດໂຄງການປັບປຸງ ປະສິດທິພາບການຜະລິດເຂົ້າ (RPIP) ແລະ ໂຄງການປັບ ປຸງຄໍ້າປະກັນສະບຽງອາຫານເຂດເນີນສູງ (LUFSIP), ທີ່ໄດ້ ຮັບທຶນສະໜັບສະໜູນ ຈາກອົງການທະນາຄານໂລກ ແລະ ສະຫະພາບເອີຣົບ ໄດ້ຈັດພິທີມອບຮັບກົນຈັກກະສິກໍາ ໃຫ້ແກ່ສູນ-ສະຖານີຄົ້ນຄວ້າ ແລະ ຜະລິດເມັດພັນເຂົ້າທົ່ວປະເທດ. ເປັນກຽດເຂົ້າຮ່ວມ ແລະ ເປັນປະທານ ແລະ ມອບຮັບໃນຄັ້ງນີ້ ທ່ານ ວິໄລວັນ ພົມເຂ ລັດຖະມົນຕີວ່າການກະຊວງກະສິກໍາ ແລະ ປ່າໄມ້, ຊ່ອງໜ້າບັນດາແຂກ, ຫົວໜ້າກົມ, ກອງ ແລະ ສຄກປ ອ້ອມ ຂ້າງກະຊວງກະສິກໍາ ແລະ ປ່າໄມ້.

Last Updated on Tuesday, 03 April 2012 11:29
 
« StartPrev12345678910NextEnd »

Annoucement

Cornerstones for the IFAD Lao Policy ThinkTank call for Proposal:

To establish an independent think tank with the capacity to help guide the country towards economic prosperity and poverty alleviation


Full detail information of Policy Think Tank Proposal

 

The Policy Brief Series is directed toward policy makers at all levels (national, provincial, district level) as well as international organizations and donor partners. These briefs are based on the experiences of NAFRI. It provides short, informative analysis on some of the most pressing issues related to agriculture and natural resource management facing Lao PDR. Click Here>>


Powered by Joomla!. Designed by: Free Joomla Theme, jpg image. Valid XHTML and CSS.